ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມຫົວໜ້າຄະນະເຈລະຈາສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (25th RCEP - TNC and related meetings) ໃນລະຫວ່າງວັນທີ 19 - 28 ກຸມພາ 2019 ທີ່ ບາຫຼີ, ປະເທດອິນໂດເນເຊຍ

//www.laoftpd.com/wp-content/uploads/2019/03/RCEP-TNC-1.jpeg

ກອງປະຊຸມຫົວໜ້າຄະນະເຈລະຈາສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 25 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (25th RCEP - TNC and related meetings) ໄດ້ຈັດຂຶ້ນລະຫວ່າງວັນທີ 19 - 28 ກຸມພາ 2019 ທີ່ ບາຫຼີ, ປະເທດ ອິນໂດເນເຊຍ ໂດຍການເຈລະຈາໃນຂອບດັ່ງກ່າວແມ່ນກ້າວເຂົ້າສູ່ປີທີ 6. ໃນນີ້, ໄດ້ຂຸ້ນຂ້ຽວສືບຕໍ່ການເຈລະຈາໃຫ້ສາມາດຫາຂໍ້ສະຫຼຸບໄດ້ໂດຍພື້ນຖານພາຍໃນປີ 2019 ນີ້ ຕາມທິດຊີ້ນໍາຂອງປະມຸກລັດ 10 ປະເທດອາຊຽນ ກັບ 06 ປະເທດຄູ່ຮ່ວມເຈລະຈາ FTA ຂອງອາຊຽນ ໄດ້ແກ່: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ, ຍິປຸ່ນ ແລະ ເກົາຫຼີໃຕ້.

ສັນຍາ RCEP ແມ່ນການຮ່ວມມືເສດຖະກິດ ພາກພື້ນຂະໜາດໃຫຍ່ ທີ່ກວມເອົາປະຊາກອນເກືອບເຄິ່ງໂລກ ປະມານ 3.5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ ປະມານ 30% ຂອງການໄຫຼວຽນ ລົງທຶນທາງກົງຂອງໂລກ. ໃນນັ້ນ, ສັນຍາດັ່ງກ່າວໄດ້ແນໃສ່ ເຮັດໃຫ້ການເຊື່ອມໂຍງ ເສດຖະກິດພາກພື້ນມີຄວາມກ້ວາງຂວາງ ແລະ ເລິກເຊິງ, ຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດພາກພື້ນ, ເຮັດໃຫ້ການຮ່ວມມືທາງດ້ານ ເສດຖະກິດມີຄວາມກ້າວໜ້າ ເພື່ອບັນລຸຂໍ້ຕົກລົງໃນ ການຮ່ວມມືທາງເສດຖະກິດ ທີ່ທັນສະໄຫມ, ຄົບວົງຈອນ, ມີຄຸນນະພາບສູງ ແລະ ທຸກພາຄີມີຜົນປະໂຫຍດຮ່ວມກັນ.

ສໍາລັບເປົ້າໝາຍຂອງການເຈລະຈາໃນຮອບນີ້ ແມ່ນສຸມໃສ່ການເຈລະຈາ ການເປີດຕະຫຼາດ ການຄ້າດ້ານສິນຄ້າ, ການຄ້າດ້ານບໍລິການ ແລະ ການລົງທຶນ ລວມເຖິງຮ່າງເນື້ອໃນຂອງສັນຍາ ໃນແຕ່ລະພາກໃຫ້ມີຄວາມຄືບໜ້າ ໂດຍການກໍານົດ ຕົວຊີ້ວັດທີ່ຈະບັນລຸໃຫ້ຊັດເຈນຍິ່ງຂຶ້ນ ແລະ ກຳນົດແຜນວຽກໄປຈົນຮອດທ້າຍປີ 2019 ເພື່ອໃຫ້ສາມາດ ປະກາດສະຫຼຸບ ຜົນການເຈລະຈາ ໄດ້ໂດຍພື້ນຖານ.

ຈົນເຖິງປະຈຸບັນ, ຄະນະເຈລະຈາສາມາດສະຫຼຸບສັນຍາໄດ້ທັງໝົດເຈັດພາກ ຄື: ພາກວິສາຫະກິດຂະໜາດນ້ອຍ ແລະ ກາງ; ພາກການຮ່ວມມືທາງດ້ານເສດຖະກິດ ແລະ ເຕັກນິກ; ພາກຂັ້ນຕອນການແຈ້ງພາສີ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ; ພາກການຈັດຊື້ຂອງລັດຖະບານ; ພາກສຸຂານາໄມ ແລະ ສຸຂານາໄມພືດ; ພາກສະຖາບັນການຈັດຕັ້ງ ແລະ ພາກສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ.