ກົມນະໂຍບາຍການຄ້າຕ່າງປະເທດ

ພິທີເປີດໂຕເວັບໄຊຂອງກົມ ນຄຕ (laoftpd.com) ວັນທີ 05 ກຸມພາ 2019, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ

//www.laoftpd.com/wp-content/uploads/2019/02/WhatsApp-Image-2019-02-06-at-3.01.47-PM.jpeg
//www.laoftpd.com/wp-content/uploads/2019/02/WhatsApp-Image-2019-02-06-at-2.59.47-PM.jpeg //www.laoftpd.com/wp-content/uploads/2019/02/WhatsApp-Image-2019-02-06-at-3.01.48-PM.jpeg

ໃນຕອນເຊົ້າຂອງວັນທີ 05 ກຸມພາ 2019, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ມີພິທີເປີດການນຳໃຊ້ ສູນຂໍ້ມູນຂອງກົມນະໂຍບາຍການຄ້າຕ່າງ ປະເທດຢ່າງເປັນທາງການ. ໃຫ້ກຽດເປັນປະທານຮ່ວມໃນພິທີເປີດເວັບໄຊທ໌ດັ່ງກ່າວໂດຍ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ແດນນຽວ ຟິດແພດທິກ (Daniel Fitzpatrick), ຫົວໜ້າໂຄງການ ຮ່ວມມືລາວ-ສະຫະລັດ ອາເມລິກາ ເພື່ອການເຊື່ອມ ໂຍງສາກົນ ແລະ ອາຊຽນ (USAID LUNA 2), ພ້ອມນັ້ນຍັງມີແຂກທີ່ຖືກເຊີນ ຈາກບັນດາກະຊວງ ທີ່ກ່ຽວຂ້ອງຫລາຍກ່ວາ 45 ທ່ານ. .

ທ່ານ ໄຊຊະນະ ໄດ້ກ່າວວ່າ ຜົນສຳເລັດນີ້ເກີດຂື້ນແມ່ນ ເພື່ອຕອບສະໜອງຂໍ້ມູນທາງ ດ້ານນະໂຍບາຍການຄ້າຕ່າງປະເທດ ທີ່ມີຄຸນນະພາບໃຫ້ແກ່ສາທາລະນະ. ໃນນັ້ນ, ເວັບໄຊທ໌ຈະສະໜອງຂໍ້ມູນທີ່ຈຳເປັນ ກ່ຽວກັບນະໂຍບາຍການຄ້າຕ່າງປະເທດ, ໄດ້ແກ່: ການເຈລະຈາທາງການຄ້າ, ຂໍ້ຕົກລົງ, ລະບຽບການ, ສະຖິຕິທາງການຄ້າ, ຫໍສະມຸດອິເລັກໂຕນິກ ແລະ ຂ່າວສານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ກ່າວເຖິງບົດບາດຂອງກົມນະໂຍບາຍການຄ້າຕ່າງປະເທດ ແລະ ໂຄງການ USAID LUNA 2 ໃນການຮ່ວມມືກັນ ພັດທະນາເວັບໄຊທ໌ ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ. ເປົ້າໝາຍຫຼັກໃນການສ້າງ ສູນຂໍ້ມູນຂ່າວສານດັ່ງກ່າວນີ້ ແມ່ນເພື່ອອຳນວຍຄວາມສະດວກ ແກ່ບັນດາຜູ້ກຳນົດນະໂຍບາຍ, ນັກຄົ້ນຄວ້າ ແລະ ຜູ້ດຳເນີນທຸລະກິດໃຫ້ສາມາດ ເຂົ້າເຖິງນະໂຍບາຍການຄ້າລ່າສຸດ ແລະ ການປະຕິບັດທາງດ້ານອຸດສາຫະກຳທີ່ທັນສະໄໝ.

ພາຍໃນເວັບໄຊທ໌ ແມ່ນປະກອບດ້ວຍຂໍ້ມູນກ່ຽວກັບ ການເຈລະຈາທາງການຄ້າ ແລະ ຂໍ້ຕົກລົງຂອງອົງການຕ່າງໆ ໂດຍສະເພາະອົງການການຄ້າໂລກ (ອຄລ) ແລະ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ), ຕະຫຼອດຮອດຂໍ້ມູນທີ່ຈຳເປັນ ກ່ຽວກັບນະໂຍບາຍການຕ່າງປະເທດຂອງລາວ. ນັກອອກແບບເຊື່ອໝັ້ນວ່າ ເວັບໄຊທ໌ດັ່ງກ່າວມີບົດບາດ ໃນການເປັນຂົວຕໍ່ລະຫວ່າງພົນລະເມືອງລາວ ແລະ ບັນດາຊ່ຽວຊານການຄ້າສາກົນ ເຊິ່ງຈະຊຸກຍູ້ວຽກງານເຊື່ອມໂຍງ ຂອງລາວໃຫ້ໄປສູ່ປະຊາຄົມເສດທະກິດທີ່ກ້ວາງຂຶ້ນ.

ເວັບໄຊທ໌ດັ່ງກ່າວແມ່ນປະກອບມີສອງພາສາຄື: ລາວ ແລະ ອັງກິດ, ໂດຍທ່ານສາມາດເຂົ້າຍ້ຽມຊົມເວັບໄຊທ໌ໄດ້ທີ່ www.laoftpd.com