ກົມນະໂຍບາຍການຄ້າຕ່າງປະເທດ

ສັນຍາການຄ້າອາຊາປາຊີຟິກ

ການ​ຮ່ວມ​ມື​ໃນ​ຂອບ ສັນຍາການຄ້າອາຊາປາຊີຟິກ:

ໃນ​ປີ 1971 UNESCAP (United Nations Economic and Social Commission for Asia and the Pacific) ໄດ້ສ້າງຕັ້ງ Trade Negotiations Group (TNG) ຂຶ້ນ ເຊິ່ງກອງ​ປະຊຸມຄັ້ງ​ທຳ​ອິດ​ຂອງ TNG ​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ກຸມພາ ປີ 1972, ຕໍ່​ມາໃນ​ກອງ​ປະຊຸມ TNG ​ໃນ​ເດືອນ​ສິງຫາ 1973, ​ໄດ້​ມີ 13 ປະ​ເທດ ທີ່​ເຂົ້າ​ຮ່ວມ ​ແລະ ​ໄດ້​ພິຈາລະນາ​ການ​ຫຼຸດຜ່ອນ​ອັດຕາ​ພາສີ​ນຳ​ເຂົ້າ​ລະຫວ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ນຳ​ກັນ. ມາ​ຮອດ​ປີ 1975 ​ມີພຽງ 7 ປະ​ເທດ ​ເຊິ່ງລວມມີ: ບັງ​ກະລາ​ເດັດ, ອິນ​ເດຍ, ລາວ, ​ເກົາຫລີ​ໃຕ້, ສີ​ລັງກາ, ຟິລິບ​ປິນ ​ແລະ ​ໄທ ​ທີ່ເຂົ້າ​ຮ່ວມກອງ​ປະຊຸມ TNG ຢູ່​ບາງກອກ, ປະ​ເທດ​ໄທ. ​ໃນ​ວາລະ​ຂອງກອງ​ປະຊຸມ​ດັ່ງກ່າວ​ໄດ້ມີ​ການ​ລົງ​ນາມຮ່ວມ​ກັນ​ໃນ​ສັນຍາ​ການ​ເຈລະຈາ​ການ​ຄ້າ​ລະຫວ່າງ​ປະ​ເທດສະມາຊິກ​ຂອງ ESCAP ຮ້ອງວ່າ: “ສັນຍາບາງກອກ ຫຼື Bangkok Agreement”​ ແຕ່​ມີ​ພຽງ 5 ປະ​ເທດ​ເທົ່າ​ນັ້ນທີ່​ໄດ້​​ມີ​ການລົງ​ນາມ​ໃຫ້​ສັດຕະຍາບັນ ແລະ ​ໄດ້ກາຍເປັນປະເທດສະມາ ຊິກແລກເລີ່ມຂອງສັນຍາບາງກອກ ເຊິ່ງປະກອບ​ມີ: ບັງ​ກະລາ​ເທັດ, ອິນ​ເດຍ, ສປປ ລາວ, ​ສ.ເກົາຫລີ​ ​ແລະ ສີ​ລັງກາ. ​ສັນຍາ​ສະບັບດັ່ງກ່າວນີ້ ​ເປັນ​ສັນຍາ​ທຳ​ອິດຂອງ​ສັນຍາ​ທາງ​ດ້ານ​ການ​ຄ້າ​ລະຫວ່າງ​ປະ​ເທດ​ ທີ່​ກຳລັງ​ພັດທະນາໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ. ຫຼັງ​ຈາກ​ນັ້ນ, ໃນເດືອນພະຈິກປີ 2005, ໃນກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດຂອງສັນຍາບາງກອກ, ຈຶ່ງໄດ້ມີການປ່ຽນຊື່ສັນຍາບາງກອກມາ​ເປັນ​ສັນຍາ​ການ​ຄ້າອາຊີ-ປາຊີ​ຟິກ (Asia-Pacific Trade Agreement-APTA). ສັນຍາ APTA ​ແມ່ນ​ສັນຍາ​ທີ່​ເປີດ​ໃຫ້​ທຸກໆປະ​ເທດ​ສະມາຊິກ​ຂອງ​ອົງການ UNESCAP ສາມາດ​ສະຫມັກ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສັນຍາ​ດັ່ງກ່າວໄດ້, ສັນຍາ​ນີ້​​ແມ່ນ​ການ​ຈັດການ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ທີ່​ກ້ວາງ​ທີ່​ສຸດ​ໃນ​ພາກ​ພື້ນ, ເຊິ່ງ​ກວມ​ເອົາ​ຂົງ​ເຂດ​ອາຊີ​ຕາ​ເວັນ​ອອກ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ແລະ ອາຊີ​ໃຕ້ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຂະຫຍາຍ​ໄປ​ສູ່​ຂົງ​ເຂດ​ອື່ນໆ​ນຳ.

ເປົ້າ​ໝາຍຂອງ​ສັນຍາການຄ້າອາຊີ-ປາຊີ​ຟິກ (APTA) ແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດໂດຍຜ່ານການຂະຫຍາຍການຄ້າຢ່າງ​ຕໍ່​ເນື່ອງລະຫວ່າງປະເທດສະມາຊິກຂອງ ESCAP ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດກັບສາກົນ ເຊິ່ງຜ່ານການຮັບຮອງມາດຕະການຕ່າງໆ ຂອງການເປີດເສລີດ້ານການຄ້າທີ່ມີຜົນປະໂຫຍດຮ່ວມກັນ. ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການດ້ານການຄ້າ ແລະ ການພັດທະນາໃນອານາຄົດຂອງແຕ່ລະປະເທດສະມາຊິກ ແລະ  ເພື່ອ​ໃຫ້ບັນລຸເປົ້າໝາຍດັ່ງກ່າວ, ສັນຍາ APTA ໄດ້ແນໃສ່ການຮ່ວມມືໃນຂົງເຂດດັ່ງ​ນີ້: ການບໍລິການດ້ານພາສີຂາເຂົ້າ, ມາດຖານດ້ານຂັ້ນຕອນ ແລະ ຮູບແບບທີ່ຕິດພັນກັບການຄ້າ, ຮັບຮອງເອົາລະຫັດພາສີລວມ (Common Tariff Nomenclature) ແລະ ການປະຕິບັດລະບຽບແຫຼ່ງກໍາເນີດສິນຄ້າແບບດຽວກັນ. ພ້ອມ​​ນີ້, ສະພາແກັດ (GATT Council: ເຊິ່ງປະຈຸບັນແມ່ນອົງການການຄ້າໂລກ WTO) ໄດ້ມີ​ການຮັບຮອງເອົາສັນຍາບາງກອກໃນເດືອນມີນາ ປີ 1978 ພາຍໃຕ້ເງື່ອນໄຂວ່າສັນຍາດັ່ງກ່າວຈະຕ້ອງຊຸກຍູ້ການຄ້າລະຫວ່າງປະເທດສະມາຊິກ ແລະ ຈະຕ້ອງບໍ່ກໍ່ໃຫ້ເກີດມີການກີດກັນດ້ານການຄ້າກັບປະເທດສະມາຊິກອື່ນໆຂອງ ESCAP. ທາງດ້ານ​ໂຄງ​ປະກອບ​ການຈັດ​ຕັ້ງ​ປະກອບ​ມີ:

  • ສະພາລັດຖະມົນຕີ(Ministerial Council): ເຊິ່ງເປັນຕົວແທນໃຫ້ກັບອົງການບໍລິຫານສູງສຸດໃນການຕັດສິນບັນຫາຕ່າງໆ. ສະພາດັ່ງກ່າວແມ່ນ ຜູ້ໃຫ້ທິດຊີ້ນຳໃນການເຈລະຈາ ແລະ ການຈັດຕັ້ງປະຕິບັດຂໍ້ຜູກພັນຕາມສັນຍາ. ສະພາດັ່ງກ່າວຈະປະຊຸມກັນຢ່າງໜ້ອຍ 2 ປີຕໍ່ຄັ້ງ;
  • ຄະນະປະຈຳ (Standing Committee):​ ເປັນໜ່ວຍງານບໍລິຫານຂອງສັນຍາ APTA, ໂດຍແຕ່ລະປະເທດແຕ່ງຕັ້ງຈຸປະສານງານຂອງຕົນເຮັດໜ້າທີ່ເປັນຄະນະປະຈຳດັ່ງກ່າວ; ​ແລະ
  • ກອງເລຂາ (Secretariat): ແມ່ນພະແນກການຄ້າ ແລະ ການລົງທຶນຂອງອົງການ UNESCAP, ເຊິ່ງມີຫ້ອງການປະຈຳທີ່ ບາງກອກ, ປະເທດໄທ.

ມາ​ຮອດປີ 2015, ​ໃນ​ສັນຍາ APTA ປະກອບ​ດ້ວຍ 7 ປະ​ເທດ​ສະມາຊິກ​ຄື: ບັງກະລາເທັດ (1975), ອິນເດຍ (1975), ສ.ເກົາຫຼີ (1975), ສປປ ລາວ (1975), ສີລັງກາ (1975), ສປ.ຈີນ (2001), ມົງ​ໂກ​ນ (2013). ພ້ອມ​ນີ້, ຍັງມີອີກຫຼາຍປະເທດທີ່ໃຫ້ຄວາມສົນໃຈເຂົ້າເປັນສະມາຊິກ ເຊັ່ນ: ປາປົວນີວກີເນ, ປາກິດສະຖານ ແລະ ອື່ນໆ. ສຳລັບປະເທດທີ່ກຳລັງພັດທະນາທີ່ເປັນສະມາຊິກຂອງອົງການ UNESCAP ແມ່ນສາມາດສະໝັກເຂົ້າເປັນສະມາຊິກຂອງສັນຍາ APTA ໄດ້ທຸກປະເທດ. ​ໃນ​ການ​ເຂົ້າ​ຮ່ວມ​ APTA ຂອງ ສປປ ລາວ ​ມັນ​ເປັນ​ໂອກາດ​ໃນ​ການ​ຍາດ​ແຍ່ງ​ເຂົ້າ​ສູ່ 3 ຕະຫຼາດ​ຍັກ​ໃຫຍ່​ຂອງ​ໂລກ​​​ໂດຍ​ສະ​ເພາະ​ແມ່ນ: ສປ.ຈີນ, ອິນ​ເດຍ ​ແລະ ​ສ.ເກົາຫຼີ ​ເຊິ່ງ ສປປ ລາວ ​ເຮົາຈະ​ສາມາດນຳໃຊ້ສິດຜົນປະໂຫຍດຈາກການຫຼຸດຜ່ອນອັດຕາພາສີເພື່ອຊຸກຍູ້ການສົ່ງອອກເຊັ່ນ: ການນຳໃຊ້ສິນຄ້າທີ່ໄດ້ຮັບສິດທິພິ ເສດ ແລະ ໄດ້ຮັບການຜ່ອນຜັນທາງດ້ານລະບຽບແຫຼ່ງກຳເນີດສິນຄ້າ ພາຍໃຕ້ເນື້ອໃນສັນຍາ APTA. ​ແຕ່​ເຖິງ​ແນວ​ໃດ​ກໍ່​ຍັງ​ມີ​ສິ່ງ​ທີ່​ທ້າ​ທາຍ ເນື່ອງຈາກວ່າການຮັບຮູ້ຕໍ່ການເປັນສະມາຊິກຂອງສັນຍາດັ່ງກ່າວພາຍໃນ ສປປ ລາວ​ ເອງກໍ່ຍັງຢູ່ໃນວົງແຄບຢູ່. ດັ່ງນັ້ນ, ຈຶ່ງຍັງມີຫຼາຍວຽກທີ່ຕ້ອງສຸມເຮັດ​ເຊັ່ນ: ສຸມຄວາມສາມາດໃສ່ໃນການເຈລະຈາບັນຊີຫຼຸດຜ່ອນອັດຕາພາສີ ເພື່ອໃຫ້ໄດ້ບັນຊີສິນຄ້າທີ່ ສປປ ລາວ ມີທ່າແຮງໃນການສົ່ງອອກ ເພື່ອຍາດແຍ່ງຜົນປະໂຫຍດສູງສຸດຈາກສັນຍາດັ່ງກ່າວ. ສປປ ລາວ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ເຜີຍ​ແຜ່​ກ່ຽວ​ກັບ​ສັນຍາ​ດັ່ງກ່າວ ​ໃຫ້​ແກ່​ສາທາລະນະ​ຊົນທັງພາກລັດ ແລະ ເອກະຊົນ​ເພື່ອ​ທີ່​ຈະ​ພ້ອມ​ກັນຍາ​ດ​ແຍ່ງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ປະ​ເທດ​ຊາດ.