ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບອົງການການຄ້າໂລກ “National Workshop on State of Play of WTO New Initiatives”

ໃນ​ວັນ​ທີ 28–30 ມິຖຸນາ 2021 ​ໄດ້​ມີ​ການຈັດກອງປະຊຸມກ່ຽວກັບ ຂໍ້ລິເລີ່ມໃໝ່ຂອງການເຈລະຈາໃນຂອບ ອົງການການຄ້າໂລກ (ອຄລ) National Workshop on State of Play of WTO New Initiatives” ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພາຍ​ໃຕ້​ການ​ເປັນ​ປະທານ​ກ່າວເປີດໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ທຸລະກິດ ແລະ ບັນດາສະມາຄົມພາຍໃຕ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ​ຈຳນວນ 50 ຄົນ. ກອງປະຊຸມໄດ້ຮັບການສະ ໜັບສະໜູນດ້ານວິຊາການຈາກກອງເລຂາ ອຄລ ແລະ ດ້ານງົບປະມານຈາກໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Laos Business Environment (LBE) ຂອງ USAID.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຄືບໜ້າຂອງການເຈລະຈາໃນປະຈຸບັນຂອງ ອຄລ ໂດຍສະເພາະຂໍ້ລິເລີ່ມໃໝ່ທີ່ຕິດພັນກັບ 1) ການອຳນວຍຄວາມສະດວກດ້ານການລົງທຶນເພື່ອການພັດທະນາ (Investment Facilitation for Development); 2) ລະບຽບການພາຍໃນທີ່ຕິດພັນກັບການບໍລິການ (Services Domestic Regulation); 3) ບັນຫາກ່ຽວກັບ ສານປົນເປື້ອນຂອງພຣາດຕິກ ແລະ ສະພາບແວດລ້ອມການຄ້າແບບຍືນຍົງ (Plastics Pollution and Environmentally Sustainable Plastic Trade) ; 4) ການຄ້າທາງເອເລັກໂທຣນິກ (E-Commerce); 5) ຂໍ້ລິເລີ່ມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (Micro, Small and Medium-Sized Enterprises); 6) ການປຶກສາຫາລືກ່ຽວກັບການປະຕິຮູບ ອຄລ ໂດຍມີເປົ້າໝາຍເພື່ອໃຫ້ລະບຽບການຂອງ ອຄລ ສອດຄ່ອງກັບສະພາບເສດຖະກິດໃນປະຈຸບັນ. ພ້ອມນີ້, ທັງເປັນການແລກປ່ຽນຄຳຄິດເຫັນໃນການກະກຽມກຳນົດຈຸດຢືນຂອງ ສປປ ລາວ ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີອົງການການຄ້າໂລກ ຄັ້ງທີ 12 (Ministerial Conference – MC12) ທີ່ຈະມີຂຶ້ນໃນທ້າຍປີ 2021.

ເນື່ອງຈາກການເຈລະຈາຮອບພັດທະນາໂດຮາ ໃນຂອບ ອຄລ ໄດ້ສືບຕໍ່ແກ່ຍາວນັບແຕ່ປີ 2001 ມາເຖິງປະຈຸບັນ ແລະ ບໍ່ມີທ່າທີ ທີ່ຈະສະຫຼຸບການເຈລະຈາລົງໄດ້ ສາເຫດຍ້ອນຄວາມແຕກໂຕນທາງດ້ານລະດັບການພັດທະນາຂອງສະມາຊິກ ແລະ ຜົນປະໂຫຍດທີ່ແຕກຕ່າງກັນ ຈຶ່ງເຮັດໃຫ້ຫຼາຍບັນຫາທີ່ຍັງສືບຕໍ່ເຈລະຈານັ້ນ ບໍ່ສາມາດສະຫຼຸບໄດ້. ສະນັ້ນ, ປະເທດກຳລັງພັດທະນາ ຈຶ່ງໄດ້ສະເໜີບັນດາຂໍ້ລິເລີ່ມໃໝ່ ທີ່ເຫັນວ່າຄວນນຳມາເຈລະຈາໃນຂອບ ອຄລ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຄ້າສາກົນໃນປະຈຸບັນ. ສຳລັບ ສປປ ລາວ ແມ່ນໄດ້ເຂົ້າຮ່ວມສະໜັບສະໜູນໃນ 3 ຫົວຂໍ້ລິເລີ່ມໃນການເຈລະຈາຄື: (1) ການຄ້າທາງເອເລັກໂຕຣນິກ; (2) ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs); ແລະ (3) ບັນຫາການອໍານວຍຄວາມສະດວກໃນການລົງທຶນ ຍ້ອນເຫັນວ່າ ຂໍ້ລິເລີ່ມເຫຼົ່ານີ້ ສາມາດນຳຜົນປະໂຫຍດມາສູ່ ສປປ ລາວ, ໂດຍສະເພາະແມ່ນຈະຊ່ວຍຮັບປະກັນການເອື້ອອໍານວຍຜົນປະໂຫຍດແກ່ການພັດທະນາການຄ້າທາງເອເລັກໂຕຣນິກ;  ແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການ MSMEs, ຫຼຸດຜ່ອນອຸປະສັກຂອງການສົ່ງອອກ, ມາດຕະຖານສິນຄ້າ ແລະ ການເຂົ້າເຖິງຕະຫຼາດ; ແລະ ປັບປຸງດ້ານຄວາມໂປ່ງໃສຂອງການລົງທຶນ ໂດຍສະເພາະແມ່ນ ປັບປຸງຂັ້ນຕອນ ແລະ ເງື່ອນໄຂຕ່າງໆທີ່ກ່ຽວຂ້ອງກັບການລົງທຶນ ໃຫ້ມີຄວາມສະດວກວ່ອງໄວຂຶ້ນ, ສາມາດຄາດຄະເນໄດ້ ແລະ ເສີມຂະຫຍາຍການພັດທະນາທີ່ຕິດພັນກັບການລົງທຶນໃຫ້ດີຂຶ້້ນເທື່ອລະກ້າວ.

ນອກຈາກນີ້, ສປປ ລາວ ຈະໄດ້ສືບຕໍ່ເຂົ້າຮ່ວມການເຈລະຈາໃນບັນຫາຕ່າງໆ ທີ່ຕິດພັນກັບກຸ່ມປະເທດດ້ອຍພັດທະນາ (LDCs)  ຢ່າງຕັ້ງໜ້າ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດຈາກລະບົບການຄ້າຫຼາຍຝ່າຍ ແລະ ກະກຽມຈຸດຢືນໃຫ້ແກ່ ສປປ ລາວ ໃນກອງປະຊຸມ MC12, ໂດຍສະເພາະແມ່ນ ຂໍ້ສະເໜີທີ່ຕິດພັນກັບ ການປະຕິບັດແບບພິເສດ ແລະ ແຕກຕ່າງຂອງປະເທດດ້ອຍພັດທະນາ ເພື່ອເຮັດໃຫ້ ສປປ ລາວ ສາມາດເຊື່ອມໂຍງກັບສາກົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ກອງປະຊຸມ​ດັ່ງ​ກ່າວ​ໄດ້​ສິ້ນ​ສຸດ​ລົງ​ໃນວັນທີ 30 ມິຖຸນາ 2021 ​ເວລາ 16:30 ​ໂມງ.