ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີເສດຖະກິດອາຊຽນ (Special AEM) ແລະ ກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີເສດຖະກິດອາຊຽນບວກສາມ (Special AEM+3) ກ່ຽວກັບ ການຮັບມືກັບໂຄວິດ-19

ໃນ​ວັນທີ 4 ມິຖຸນາ 2020, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງ ປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີເສດຖະກິດອາຊຽນ ກ່ຽວກັບການຮັບມືກັບໂຄວິດ-19, ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ.

ກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີເສດຖະກິດອາຊຽນໄດ້ດໍາເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ Tran Tuan Anh, ລັດຖະມົນຕີກະຊວງອຸດສາຫະກໍາ  ແລະ ການຄ້າ ສສ ຫວຽດນາມ, ໃນຖານະປະທານໝູນວຽນອາຊຽນ ປີ 2020. ໃນກອງປະຊຸມຄັ້ງນີ້ໄດ້ມີການແລກປ່ຽນທັດສະນະ ແລະ ຄວາມຄິດເຫັນຕໍ່ກັບການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ຮັບມືກັບການລະບາດຂອງໂຄວິດ-19. ຊຶ່ງໃນກອງປະຊຸມຄັ້ງນີ້ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ມາດຕະການຂອງແຕ່ລະປະເທດສະມາຊິກກໍຄືຂອງອາຊຽນໂດຍລວມ ເພື່ອພ້ອມກັນຮັບມື ແລະ ຕອບໂຕ້ຢ່າງທັນການຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ

ກອງປະຊຸມຍັງໄດ້ຮັບຮອງເອົາແຜນປະຕິບັດງານຮ່າໂນ້ຍ ວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືເສດຖະກິດອາຊຽນ ແລະ ການເຊື່ອມຈອດຕ່ອງໂສ້ການສະໜອງເພື່ອຮັບມືກັບການລະບາດຂອງໂຄວິດ-19, ເຊິ່ງເປັນເອກະສານຜັນຂະຫຍາຍທິດຊີ້ນຳຂອງກອງປະຊຸມສຸດຍອດອາຊຽນສະໄໝພິເສດກ່ຽວກັບການລະບາດຂອງໂຄວິດ-19 ໃນວັນທີ 14 ເມສາ 2020 ເພື່ອຮັກສາການເຊື່ອມຈອດຕ່ອງໂສ້ການສະໜອງໃນໄລຍະການລະບາດຂອງໂຄວິດ-19. ແຜນປະຕິບັດງານດັ່ງກ່າວ ໄດ້ເນັ້ນເຖິງຄວາມໝາຍໝັ້ນຂອງອາຊຽນ ທີ່ຈະເຮັດວຽກຮ່ວມກັນເພື່ອອໍານວຍຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າຈໍາເປັນພາຍໃນພາກພື້ນ ໂດຍສະເພາະອາຫານ, ຢາປົວພະຍາດ ແລະ ອຸປະກອນການແພດ ໂດຍອີງຕາມສິດ ແລະ ພັນທະພາຍໃຕ້ສັນຍາອົງການການຄ້າໂລກ ແລະ ສັນຍາອາຊຽນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບຂໍ້ສະເໜີຂອງສະພາທີ່ປຶກສາທຸລະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດຄູ່ຮ່ວມເຈລະຈາກ່ຽວກັບການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຜນຟື້ນຟູເສດຖະກິດພາຍຫຼັງໂຄວິດ-19.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,  ລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີເສດຖະກິດອາຊຽນບວກສາມ (Special AEM+3) ກ່ຽວກັບການຮັບມືກັບໂຄວິດ-19 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Tran Tuan Anh, ລັດຖະມົນຕີກະຊວງອຸດສາຫະກໍາ  ແລະ ການຄ້າ ສສ ຫວຽດນາມ ໃນນາມປະທານອາຊຽນ, ທ່ານ Zhong Shan ລັດຖະມົນຕີກະຊວງການຄ້າ ສປ ຈີນ, ທ່ານ Shigehiro Tanaka ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານ Sung Yunmo ລັດຖະມົນຕີກະຊວງການຄ້າ, ອຸດສາຫະກໍາ ແລະ ພະລັງງານ ສ.ເກົາຫລີ ໃນນາມປະເທດບວກສາມ.

ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກ ກໍຄື ມາດຕະການລວມ ພາຍໃຕ້ຂອບການຮ່ວມມືອາຊຽນບວກສາມໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນບວກສາມ ໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີເສດຖະກິດອາຊຽນບວກສາມວ່າດ້ວຍການຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

ສໍາລັບ ສປປ ລາວ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງກ່ຽວກັບສະພາບການ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດໄດ້ຢ່າງທັນການ ຈຶ່ງເຮັດໃຫ້ສາມາດຄວາມຄຸມສະຖານະການ ແລະ ຍັງບໍ່ພົບກໍລະນີຕິດເຊື້ອເພີ່ມຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮຸ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະປະເທດບວກສາມທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ແລະ ພ້ອມທີ່ຈະຮ່ວມມືຢ່າງໃກ້ຊິດກັບບັນດາປະເທດອາຊຽນບວກສາມໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19.