ກົມນະໂຍບາຍການຄ້າຕ່າງປະເທດ

ສສ ຫວຽດນາມ ຍົກເລີກພາສີໂກຕ້າ (TRQ) ສຳລັບການນຳເຂົ້ານ້ຳຕານຈາກປະເທດສະມາຊິກ ອາຊຽນ

ຂ່າວດີສຳລັບຜູ້ປະກອບການໃນການຜະລິດ ແລະ ສົ່ງອອກຜະລິດຕະພັນນ້ຳຕານ.

ອີງຕາມແຈ້ງການຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ສະບັບເລກທີ 23/2019/TT-BCT, ລົງວັນທີ: 13 ພະຈິກ 2019, ຊຶ່ງນັບແຕ່ວັນທີ 01 ມັງກອນ 2020 ເປັນຕົ້ນໄປ ທາງການ ຫວຽດນາມ ຍົກເລີກພາສີໂກຕ້າ (TRQ) ສຳລັບການນຳເຂົ້ານ້ຳຕານຈາກປະເທດສະມາຊິກອາຊຽນ, ແນ່ໃສ່ເພື່ອຈັດຕັ້ງປະຕິບັດພັນທະຂອງຕົນພາຍໃຕ້ເງື່ອນໄຂມາດຕາ 20 ຂອງສັນຍາ ATIGA.  ຜະລິດຕະພັນນ້ຳຕານຕາມໝວດສິນຄ້າ HS 1701 ທີ່ນຳເຂົ້າຈາກປະເທດສະມາຊິກອາຊຽນຈະຖືກຈັດເກັບພາສີນຳເຂົ້າ 5% ພາຍໃຕ້ ສັນຍາ ATIGA (Form D) ແລະ 2,5% ພາຍໃຕ້ສັນຍາສອງຝ່າຍ (Form S).

BỘ CÔNG THƯƠNG