ກົມນະໂຍບາຍການຄ້າຕ່າງປະເທດ

ການນຳໃຊ້ລະບົບ ASSIST ຂອງຂະແໜງການຄ້າດ້ານບໍລິການໃນຂອບອາຊຽນ ໃນລະຫວ່າງວັນທີ 28 ກຸມພາ - 01 ມີນາ 2019, ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ

//www.laoftpd.com/wp-content/uploads/2019/03/ASSIST-1.jpeg
//www.laoftpd.com/wp-content/uploads/2019/03/ASSIST-2.jpeg

ໃນລະຫວ່າງວັນທີ 28 ກຸມພາ - 01 ມີນາ 2019, ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີການຈັດຝຶກອົບຮົມເພື່ອສ້າງຄວາມເຂົ້າໃຈ ແລະ ເຜີຍແຜ່ ກ່ຽວກັບ “ການນຳໃຊ້ລະບົບ ASSIST ຂອງຂະແໜງການຄ້າດ້ານ ບໍລິການໃນຂອບອາຊຽນ” ໃຫ້ກຽດເປັນປະທານໂດຍ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງກ່ຽວຂ້ອງທີ່ເປັນ ຈຸດປະສານງານຈຳນວນ 15 ທ່ານ ພ້ອມດ້ວຍພາກທຸລະກິດ, ສະມາຄົມທຸລະກິດ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຈໍານວນໜຶ່ງກໍໄດ້ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງການ ຈັດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການນຳໃຊ້ລະບົບ ASSIST ຂອງຂະແໜງການຄ້າດ້ານ ບໍລິການໃນຂອບອາຊຽນ, ເຊິ່ງລະບົບດັ່ງກ່າວສ້າງຂຶ້ນເພື່ອອຳນວຍຄວາມສະດວກ ໃຫ້ແກ່ບັນດາບໍລິສັດທີ່ຕັ້ງຢູ່ ໃນປະເທດອາຊຽນ ໃຫ້ສາມາດສົ່ງຂໍ້ຂ້ອງໃຈກ່ຽວກັບ ການດຳເນີນທຸລະກິດທີ່ຕິດພັນ ກັບການຄ້າດ້ານບໍລິການ ໃຫ້ກັບພາກລັດຂອງປະເທດອາຊຽນ ໂດຍຜ່ານລະບົບດັ່ງກ່າວ. ໃນນີ້, ກອງເລຂາອາຊຽນ ແມ່ນເປັນໃຈກາງປະສານງານ ໃນການແກ້ໄຂບັນຫາທີ່ສົ່ງຜ່ານ ລະບົບດັ່ງກ່າວທີ່ຕິດພັນກັບ ການຄ້າດ້ານບໍລິການ.

ທ່ານ ໄຊຊະນະ ໄຊຍະກອນ ໄດ້ກ່າວວ່າ: ລະບົບ ASSIST ແມ່ນໜຶ່ງໃນການຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທາງເສດຖະກິດອາຊຽນ ແລະ ການສ້າງປະຊາຄົມເສດຖະກິດອາຊຽນ (AEC) ທີ່ໄດ້ລິເລີ່ມໃນທ້າຍປີ 2015. ລະບົບດັ່ງກ່າວໄດ້ຖືກປະກາດນໍາໃຊ້ຢ່າງເປັນທາງການ ທີ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໃນວັນທີ 03 ສິງຫາ 2016, ຢູ່ ສປປ ລາວ. ໃນເບື້ອງຕົ້ນລະບົບ ASSIST ແມ່ນນຳໃຊ້ໃນຂົງເຂດການຄ້າດ້ານສິນຄ້າເທົ່ານັ້ນ, ແຕ່ມາຮອດປະຈຸບັນໂຄງການ ARISE Plus ໄດ້ຊຸກຍູ້ ແລະ ຈະຂະຫຍາຍລະບົບ ASSIST ໃຫ້ສາມາດກວມເອົາການຄ້າດ້ານບໍລິການ, ເຊິ່ງຈະເປີດນຳໃຊ້ຢ່າງເປັນທາງການທີ່ ກອງປະຊຸມລັດຖະມົນຕີເສດທະກິດອາຊຽນແບບວົງແຄບ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນເດືອນເມສາ 2019 ນີ້.

ພ້ອມນັ້ນ, ທ່ານຍັງກ່າວອີກວ່າ: ລະບົບ ASSIST ຈະເປັນປະໂຫຍດຫຼາຍໃຫ້ແກ່ພາກທຸລະກິດ, ສະມາຄົມທຸລະກິດ,ສະພາການຄ້າ ແລະ ອຸດສາຫະກຳ ຕ່າງໆ ໂດຍການຫຼຸດຜ່ອນ ອຸປະສັກທີ່ພາກທຸລະກິດພົບພໍ້ ໃນການດຳເນີນທຸລະກິດໃນຂົງເຂດ ການຄ້າຂ້າມຊາຍແດນໃນຂອບອາຊຽນ. ສະນັ້ນ, ຫວັງເປັນຢ່າງຍິ່ງວ່າບັນດາທ່ານ ຈະນໍາໃຊ້ກົນໄກລະບົບຂອງ ASSIST ເພື່ອເປັນເຄື່ອງມືຊ່ວຍເຫຼືອ ການແຂ່ງຂັນທຸລະກິດໃນຕະຫຼາດອາຊຽນ ແລະ ຍົກລະດັບຄວາມສາມາດຂອງຕົນ ໃນຍຸກເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ.

ລະບົບ ASSIST ສາມາດນຳໃຊ້ໄດ້ຟຣີ ໂດຍບໍ່ມີການເສຍຄ່າໃຊ້ຈ່າຍໃດໆ, ໂດຍລະບົບ ຈະເປັນພາສາອັງກິດ ເຊິ່ງທ່ານສາມາດເຂົ້າເຖິງໄດ້ທີ່ http://assist.asean.org