ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມປຶກສາຫາລື ກ່ຽວກັບສັນຍາການຄ້າດ້ານສິນຄ້າ ແລະ ການຄ້າຊາຍແດນຂອງ ສປປ ລາວ ແລະ ກອງປະຊຸມເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນລະຫວ່າງວັນທີ 14-15 ກຸມພາ 2019, ທີ່ ແຂວງສະຫວັນນະເຂດ

//www.laoftpd.com/wp-content/uploads/2019/02/IMG_8928.jpg
//www.laoftpd.com/wp-content/uploads/2019/02/IMG_8947.jpg
//www.laoftpd.com/wp-content/uploads/2019/02/IMG_8998.jpg
//www.laoftpd.com/wp-content/uploads/2019/02/IMG_9003.jpg

ກອງປະຊຸມປຶກສາຫາລື ກ່ຽວກັບສັນຍາການຄ້າດ້ານສິນຄ້າ ແລະ ການຄ້າຊາຍແດນຂອງ ສປປ ລາວ ແລະ ກອງປະຊຸມເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໃນລະຫວ່າງວັນທີ 14-15 ກຸມພາ 2019, ທີ່ ພະແນກອຸດສາຫະກຳ ແລະ ການຄ້າ, ແຂວງສະຫວັນນະເຂດ

ໃນວັນທີ 14 ກຸມພາ 2019 ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບສັນຍາການຄ້າດ້ານສິນຄ້າ ແລະ ການຄ້າຊາຍແດນຂອງ ສປປ ລາວ ຢູ່ທີ່ ພະແນກອຸດສາຫະກຳ ແລະ ການຄ້າ, ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ທ່ານ ພອນສະໄໝ ຈັນສີນາ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ. ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຈາກຂະ ເເໜງການກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ຈາກ 04 ແຂວງທາງພາກກາງ ເຂົ້າຮ່ວມຮັບຟັງຄື: ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ຈໍານວນທັງໝົດ 100 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ສັນຍາການຄ້າດ້ານສິນຄ້າ ແລະ ການຄ້າຊາຍແດນ ລວມທັງການເຂົ້າເຖິງຕະຫຼາດຂອງສິນຄ້າ ຂອງ ສປປ ລາວ. ພ້ອມນີ້, ກໍເປັນການເປີດໂອກາດໃຫ້ມີການປຶກສາຫາລືກັນ ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບບົດບາດຂອງພາກທຸລະກິດ ແລະ ການກະກຽມຄວາມພ້ອມເພື່ອແຂ່ງຂັນກັບສາກົນ ທັງກ່ອນໜ້າ ແລະ ພາຍຫຼັງການເຂົ້າເປັນສະມາຊິກ ອົງການການຄ້າໂລກ (ອຄລ). ນອກນັ້ນ, ພາຍໃນກອງປະຊຸມຍັງໄດ້ມີການສາທິດວີທີເຂົ້າເຖິງສູນຂໍ້ມູນຂ່າວສານທາງດ້ານການຄ້າດ້ານບໍລິການ ທີ່ສ້າງຂຶ້ນມາເພື່່ອສະໜອງບັນດານິຕິກຳ, ລະບຽບການ, ແລະ ຂໍ້ມູນອື່ນໆທີ່ຕິດພັນກັບຂະແໜງບໍລິການ ຂອງ ສປປ ລາວ, ລວມທັງນຳສະເໜີເວັບໄຊທ໌ຂອງກົມນະໂຍບາຍການຄາຕ່າງປະເທດທີ່ຫາກໍເປີດໂຕໃນບໍ່ດົນມານີ້.

ພ້ອມດຽວກັນນັ້ນ, ໃນຕອນເຊົ້າຂອງວັນທີ 15 ກຸມພາ 2018 ກົມນະໂຍບາຍການຄ້າຕ່າງປະເທດ ຍັງໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພາວັນດີ ສະຫວ່າງຈັກກະວານ, ຮອງອະທິການບໍດີ, ມະຫາວິທະຍາໄລສະຫວັນນະເຂດ. ໃນນັ້ນ, ໄດ້ມີຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຈໍານວນ 70 ທ່ານ ເພື່ອຮັບຊາບກ່ຽວກັບວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນຂອບ ອຄລ, ປະຊາຄົມເສດຖະກິດອາຊຽນ ແລະ ຂອບການພົວພັນຮ່ວມມືການຄ້າອື່ນໆທີ່ກ່ຽວຂ້ອງກັບ ການຄ້າດ້ານສິນຄ້າ ແລະ ບໍລິການ.

ໂດຍລວມແລ້ວ, ເຫັນວ່າກອງປະຊຸມໃນຄັ້ງນີ້ ແມ່ນປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວ່າງໄວ້.