ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 27

ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຂອງ ສປປ ລາວ ໄດ້ຖືກມອບໝາຍຈາກທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າຮ່ວມກອງປະຊຸມທາງໄກລັດ​ຖະມົນຕີ​ເສ​ດຖະກິດ​ອາ​ຊຽນ ແບບວົງແຄບ ຄັ້ງທີ 27 – ຊຶ່ງຈັດຂຶ້ນໃນວັນທີ 2-3 ມີນາ 2021 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ

ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ  Dr. Amin Liew Abdullah, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນລັດມົນຕີກະຊວງການເງິນ ແລະ ເສດຖະກິດ,  ປະເທດບຣູໄນ ໃນຖານະປະທານໝູນວຽນອາຊຽນ ໃນປີ 2021 ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ,​ ຮອງລັດຖະມົນຕີ ແລະ ທ່ານເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າ. ກອງປະຊຸມໄດ້ແລກປ່ຽນທັດສະນະໃນຫຼາຍປະເດັນທີ່ສໍາຄັນເຊັ່ນ: ການຊຸກຍູ້ການຈັດຕັ້ງປະຕິບັດແຜນງານຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດສະມາຊິກອາຊຽນ,  ຊຸກຍູ້ການໃຫ້ສັດຕະຍາບັນສັນຍາ RCEP ເພື່ອເລັ່ງໃຫ້ສັນຍາດັ່ງກ່າວມີຜົນບັງຄັບໃຊ້ໂດຍໄວຊຶ່ງຈະຊ່ວຍຟື້ນຟູເສດຖະກິດພາກພື້ນໃນໄລຍະຍາວ, ແນວທາງໃນການຮ່ວມມືເສດຖະກິດກັບພາຍນອກ ແລະ ແນວທາງໃນການຈັດຕັ້ງປະຕິບັດກ່ຽວກັບການມີຜົນບັງຄັບໃຊ້ຂອງບັນດາສັນຍາອາຊຽນໃນຂົງເຂດເສດຖະກິດ.

ໃນກອງປະຊຸມຄັ້ງນີ້, ລັດຖະມົນຕີເສດຖະກິດອາຊຽນໄດ້ຮັບຮອງເອົາແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີ່ສະເໜີໂດຍບຣູໄນໃນນາມປະທານອາຊຽນປີ 2021 ທັງໝົດ 10 ແຜນວຽກ  ທີ່ຈະເລັ່ງໃຫ້ສໍາເລັດພາຍໃນປີ 2021 ຊຶ່ງສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການຟື້ນຟູເສດຖະກິດພາກພື້ນພາຍຫຼັງໂຄວິດ-19 ເປັນຕົ້ນແມ່ນ: ການປະເມີນແບບຮອບດ້ານເພື່ອປັບປຸງບັນດາມາດຕະການທີ່ບໍ່ແມ່ນອັດຕາພາສີ (NTMs), ການສ້າງແຜນຟື້ນຟູການທ່ອງທ່ຽວພາຍຫຼັງໂຄວິດ-19 ແລະ ການປະກາດເປີດການເຈລະຈາສັນຍາການຄ້າເສລີອາຊຽນ-ການາດາ. ນອກຈາກນັ້ນ, ຍັງມີປະເດັນໃໝ່ໆເຊັ່ນ: ຂອບວຽກເສດຖະກິດໝູນວຽນສໍາລັບປະຊາຄົມເສດຖະກິດອາຊຽນ ຊຶ່ງຂອບວຽກນີ້ຈະຊ່ວຍຜັກດັນການພັດທະນາເສດຖະກິດໃຫ້ຍືນຍົງ ການໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ຊຶ່ງໃນອະນາຄົດຄວາມຍືນຍົງຈະຖືກຜັກດັນໃຫ້ນໍາໃຊ້ໃນທຸກດ້ານ ເປັນຕົ້ນແມ່ນຄວາມຍືນຍົງດ້ານການລົງທຶນ, ພະລັງງານ, ກະສິກໍາ, ໂຄງລ່າງພື້ນຖານສີຂຽວ, ການຈັດການໄພພິບັດ ແລະ ການຈັດຫາແຫຼ່ງທຶນແບບຍືນຍົງ ແລະ ອື່ນໆ.

ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ຍັງໄດ້ພິຈາລະນາເລື່ອງການຂະຫຍາຍລາຍການສິນຄ້າຈໍາເປັນ (Essential Goods) ເພີ່ມເຕີມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການທີ່ບໍ່ແມ່ນພາສີຕໍ່ສິນຄ້າຈຳເປັນພາຍໃຕ້ແຜນປະຕິບັດງານຮ່າໂນ້ຍ ວ່າດ້ວຍການສ້າງຄວາມເຂັ້ມແຂງໃນການຮ່ວມມືເສດຖະກິດອາຊຽນ ແລະ ການເຊື່ອມຈອດຕ່ອງໂສ້ການສະໜອງເພື່ອຮັບມືກັບການລະບາດຂອງໂຄວິດ-19 ໂດຍສະເພາະສິນຄ້າປະເພດສະບຽງອາຫານ ແລະ ສິນຄ້າກະສິກໍາ ເພື່ອບໍ່ໃຫ້ມີການກໍານົດມາດຕະການກີດຂວາງການໄຫຼວຽນຂອງສິນຄ້າພາຍໃນອາຊຽນດ້ວຍກັນ.