ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 4 (ແບບທາງໄກ) ພາຍໃຕ້ການເປັນປະທານໂດຍພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ນາງ Jacinda Adern, ນາຍົກລັດຖະມົນຕີ ນິວຊີແລນ, ໃນນາມປະເທດປະສານງານໃຫ້ແກ່ບັນດາປະເທດຄູ່ຮ່ວມເຂດການຄ້າເສລີອາຊຽນໃນຂອບວຽກອາເຊັບ, ພ້ອມດ້ວຍບັນດາປະມຸກລັດຈາກປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມ ເຊັ່ນ: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນິວ ຊີແລນ ແລະ ເລຂາທິການໃຫຍ່ອາຊຽນ.
ກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາເຊັບ ໄດ້ສະແດງຄວາມຊົມເຊີຍມາຍັງ ສສ ຫວຽດນາມ ໃນຖານະປະທານອາຊຽນ ຕໍ່ການກະກຽມເປັນເຈົ້າພາບຈັດກອງປະຊຸມທີ່ປະຫວັດສາດສໍາຄັນ ແລະ ຜົນສໍາເລັດອັນຍິ່ງໃຫຍ່ຄັ້ງນີ້ ຊຶ່ງບັນດາຜູ້ນໍາອາເຊັບໄດ້ຮ່ວມເປັນສັກຂີພະຍານໃນພິທີລົງນາມສັນຍາ ອາເຊັບ ພາຍຫຼັງ 8 ປີຂອງການເຈລະຈາສັນຍາພາກພື້ນທີ່ສໍາຄັນດັ່ງກ່າວ.
ການລົງນາມສັນຍາອາເຊັບ ເປັນການສົ່ງສັນຍານໄປທົ່ວໂລກໃຫ້ຮັບຮູ້ວ່າ ພາກພື້ນອາເຊັບນີ້ ເປັນພາກພື້ນທີ່ມີທ່າແຮງ ແລະ ເປີດກວ້າງຕໍ່ບັນດາທຸລະກິດທົ່ວໂລກທາງດ້ານການຄ້າ ແລະ ການລົງທຶນ, ແລະ ທັງເປັນການກະຕຸກຊຸກຍູ້ເສດຖະກິດໂລກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນໍາອີກ; ສິ່ງສໍາຄັນບາດກ້າວຕໍ່ໄປແມ່ນການເຮັດໃຫ້ສັນຍາອາເຊັບນີ້ ນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາຢ່າງແທ້ຈິງມາສູ່ພາກພື້ນ ໂດຍການເລັ່ງລັດໃຫ້ສັນຍາມີຜົນບັງຄັບໃຊ້ ແລະ ກະຕຸກຊຸກຍູ້ໃຫ້ສາມາດປັບຕົວເຂົ້າກັບສະພາບການໃໝ່, ມີຄວາມທັນສະໄໝ ແລະ ຮອບດ້ານ, ມີຄຸນນະພາບສູງ ແລະ ນໍາມາຊຶ່ງຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ ແລະ ການພັດທະນາຂອງພາກພື້ນ.
ການເຈລະຈາສັນຍາອາເຊັບ ໄດ້ເລີ່ມຕົ້ນໃນທ້າຍປີ 2012 ພາຍຫຼັງທີ່ ບັນດາຜູ້ນຳອາຊຽນ ແລະ ບັນດາຜູ້ນຳ 6 ປະເທດຄູ່ຮ່ວມເຈລະຈາ (ອົດສະຕຣາລີ, ສປ. ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ນິວຊີແລນ) ໄດ້ອອກຖະແຫຼງການຮ່ວມ ເພື່ອເປີດການເຈລະຈາສັນຍາດັ່ງກ່າວ ໃນວັນທີ 20 ພະຈິກ 2012 ທີ່ປະເທດກຳປູເຈຍ. ໃນກອງປະຊຸມຜູ້ນຳອາເຊັບ ຄັ້ງທີ 3 ທ້າຍປີ 2019 ທີ່ບາງກອກ, ປະເທດໄທ, ອິນເດຍ ໄດ້ປະກາດຂໍຖອນຕົວອອກຈາກການເຈລະຈາສັນຍາ ອາເຊັບ, ເຮັດໃຫ້ປະຈຸບັນຍັງເຫຼືອ 15 ປະເທດສະມາຊິກ ທີ່ໄດ້ສຳເລັດການເຈລະຈາ. ປະຈຸບັນ, ສັນຍາອາເຊັບ ຖືໄດ້ວ່າເປັນສັນຍາເຂດການຄ້າເສລີທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ກວມເອົາເກືອບ 1/3 ຂອງ GDP ໂລກ, ເຊິ່ງມີ GDP ທັງໝົດ 24,6 ຕື້ໂດລາ ຫຼື ປະມານ 30% ຂອງຂະໜາດເສດຖະກິດໂລກ, ມີມູນຄ່າການຄ້າກວມ 27,1 % ຂອງການຄ້າໂລກ, ມູນຄ່າການລົງທຶນ 29,3% ຂອງການລົງທຶນໂລກ ແລະ ມີປະຊາກອນລວມກັນ 2.249 ລ້ານຄົນ. ສິ່ງນີ້ ຍັງໝາຍເຖິງ ຂະໜາດຂອງຕະຫຼາດທີ່ເປີດກວ້າງສໍາລັບການສົ່ງອອກຂອງລາວ ໄປຍັງພາກພື້ນດັ່ງກ່າວ ແລະ ການເຂົ້າຮ່ວມ “ຕ່ອງໂສ້ການສະໜອງຂອງພາກພື້ນ” ແມ່ນບັນຫາສໍາຄັນຂອງສັນຍາສະບັບນີ້.