ກົມນະໂຍບາຍການຄ້າຕ່າງປະເທດ

ຈັດກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນທີ່ນະຄອນປາກເຊ, ແຂວງຈຳປາສັກ ໃນລະຫວ່າງວັນທີ 28-29 ມັງກອນ 2019

//www.laoftpd.com/wp-content/uploads/2019/01/01.jpeg
//www.laoftpd.com/wp-content/uploads/2019/01/02.jpeg
//www.laoftpd.com/wp-content/uploads/2019/01/03.jpeg

ໃນລະຫວ່າງວັນທີ 28-29 ມັງກອນ 2019 ກົມນະໂຍບາຍການຄ້າຕ່າງປະເທດ  ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ, ທີ່ໂຮງແຮມຈຳປາສັກແກຣນ, ນະຄອນປາກເຊ ແຂວງຈຳປາສັກ, ໂດຍເປັນປະທານຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເປັນປະທານຮ່ວມໂດຍທ່ານ ຮາດໝຸດ ເຈັນແນັດ ຫົວໜ້າໂຄງການ Giz Related ຊຶ່ງໄດ້ຮັບການສະໜັບສະໜູນໂດຍ: ໂຄງການແຜນງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED), ມີຜູ້ຕາງໜ້າຈາກພາກລັດ ແລະ ທຸລະກິດຂອງ 04 ແຂວງພາກໃຕ້ຂອງລາວຄື: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມຈຳນວນ 90 ທ່ານ ພ້ອມດ້ວຍນັກວິທະຍາກອນຈາກຂະແໜງການກ່ຽວຂ້ອງເຂົາຮ່ວມ.

ຈຸດປະສົງຂອງການສຳມະນາແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພັກລັກ ແລະ ທຸລະກິດກ່ຽວກັບທິດທາງນະໂຍບາຍການເຊື່ອມໂຍງເສດຖະກິດເຂົ້າພາກພື້ນ ແລະ ສາກົນຂອງ ສປປ ລາວ ແລະ ຮັບຟັງຂໍ້ສະດວກ-ຂໍ້ຫຍຸ້ງຍາກຂອງຜູ້ປະກອບການໃນຂະບວນການເຊື່ອມໂຍງທາງດ້ານເສດຖະກິດກັບອາຊຽນຂອງ ສປປ ລາວ ໂດຍຜ່ານການບັນຍາຍ, ສົນທະນາ, ຢ້ຽມຢາມພື້ນຖານການຜະລິດຕົວຈິງ ແລະ ດ່ານນຳເຂົ້າບສົ່ງອອກ ວ່າມີຄວາມຫຍຸ້ງຍາກ-ຂໍ້ສະດວກແນວໃດເພື່ອນຳມາແກ້ໄຂ ແລະ ກຳນົດນະໂຍບາຍການເຊື່ອມໂຍງກັບພາກພື້ນທີ່ອຳນວຍຄວາມສະດວກທາງດ້ານການຄ້າໃຫ້ສອດຄ່ອງກັບສະພາບການຕົວຈິງ.

ກອງປະຊຸມໄດ້ດຳເນີນຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາຢ່າງຟົດຟື້ນ ແລະ ກອງປະຊຸມໄດ້ປິດລົງໃນຕອນແລງຂອງວັນທີ 29 ມັງກອນ 2019 ເວລາ 15:00 ໂມງ.

 

ລາຍງານໂດຍ: ສົມພອນ ພາດີ