ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມແລກປ່ຽນຄໍາຄິດເຫັນເນື່ອງໃນໂອກາດການເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 8 ປີໃນຫົວຂໍ້ “ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ”

ໃນ​ຕອນ​​ເຊົ້າເວລາ 09:00 ​ໂມງ ຂອງ ວັນ​ທີ 02 ກຸມພາ 2021 ​ໄດ້​ມີ​ການຈັດກອງປະຊຸມແລກປ່ຽນຄຳຄິດເຫັນ ເນື່ອງໃນໂອກາດການເຂົ້າເປັນສະມາຊິກອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 8 ປີ ໃນຫົວຂໍ້: “ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ”  ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ນ. ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ, ພາກທຸລະກິດ ແລະ ສະຖາບັນການສຶກສາ ​ຈຳນວນ 200 ຄົນ. ກອງປະຊຸມໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ Laos Business Environnent (LBE) ຂອງ USAID.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ກ່ຽວກັບການເຈລະຈາໃນປະຈຸບັນຂອງອົງການການຄ້າໂລກ (ອຄລ) ແລະ ແລກປ່ຽນຄຳຄິດເຫັນ ລະຫວ່າງພາກລັດ, ພາກທຸລະກິດ ພ້ອມທັງ

ສະຖາບັນການສຶກສາ ກ່ຽວກັບນະໂຍບາຍການຄ້າຂອງ ສປປ ລາວ ໃນຍຸກເສດຖະກິດດິຈິຕອນ ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນ

ອອກຈາກປະເທດດ້ອຍພັດທະນາ ທີ່ຕິດພັນກັບວຽກງານການຄ້າ. ຜົນຂອງການສົນທະນາຄັ້ງນີ້ ຈະນໍາໃຊ້ເປັນພື້ນຖານໃນການສ້າງຍຸດທະສາດນະໂຍບາຍການຄ້າສາກົນ ກໍຄືການເຊື່ອມໂຍງໃນອະນາຄົດ.

 

8 ປີ ຂອງການເປັນສະມາຊິກ ອຄລ, ສປປ ລາວ ໄດ້ສຸມເຫື່ອເທແຮງ ເຂົ້າໃນວຽກງານການຈັດຕັ້ງປະຕິບັດບັນດາພັນທະ ດ້ວຍການປັບປຸງນິຕິກຳຕ່າງໆ ໃຫ້ມີຄວາມສອດຄ່ອງ, ມີຄວາມໂປ່ງໃສ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຄວາມສະດວກໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ນັກລົງທຶນ ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍການຄ້າ ແລະ ການລົງທຶນຂອງ ສປປ ລາວ. ຄຽງຄູ່ກັບວຽກງານດັ່ງກ່າວ ການຫັນເອົານະໂຍບາຍການຄ້າ ໃຫ້ທັນກັບຍຸກເສດຖະກິດດິຈິຕອນ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື ICT ເຂົ້າໃນຂະບວນການຂັບເຄື່ອນ ການຜະລິດ ແລະ ການດຳເນີນທຸລະກິດ ເພື່ອນໍາໄປສູ່ການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ແລະ ການບໍລິການ ລວມທັງການປະຕິຮູບພື້ນຖານການຜະລິດສິນຄ້າທີ່ເປັນໜໍ່ແໜງ ເພື່ອ  ກ້າວໄປສູ່ອຸດສະຫະກຳ 4.0.

ສຳລັບ ສປປ ລາວ ການຍາດແຍ່ງເອົາຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແມ່ນເຫັນໄດ້ຢ່າງຈະແຈ້ງຈາກການປະກອບສ່ວນຢ່າງຕັ້ງໜ້າເຂົົ້າ ໃນການເຈລະຈາບັນຫາໃໝ່ໃນ ອຄລ, ການເຂົ້າເປັນພາຄີຂອງສັນຍາ ASEAN Agreement on E-Commerce, ການກະກຽມເຂົົ້າຮ່ວມເປັນພາຄີຂອງ ສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement: ITA) ແລະ ການສ້າງດໍາລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ແມ່ນສະແດງໃຫ້ເຫັນເຖິງການກະກຽມຄວາມພ້ອມຂອງ ສປປ ລາວ ເພື່ອຫັນເອົານະໂຍບາຍການຄ້າ ໃຫ້ທັນກັບຍຸກເສດຖະກິດດິຈິຕອນ ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.

ກອງປະຊຸມ​ດັ່ງ​ກ່າວ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເວລາ 12:00 ​ໂມງ.