ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມເຜີຍແຜ່ກ່ຽວກັບ “ການເຂົ້າເຖິງຕະຫລາດຂອງ ສປ ຈີນ ພາຍໃຕ້ສິດທິພິເສດການຍົກເວັ້ນອັດຕາພາສີ ຈໍານວນ 97% ຂອງລາຍການສິນຄ້າທັງໝົດ (GSP 97%) ຂອງ ສປ ຈີນໃຫ້ແກ່ ສປປ ລາວ”

ໃນຕອນເຊົ້າຂອງວັນທີ 10 ກຸມພາ 2021, ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ,  ກົມນະໂຍບາຍການຄ້າາຕ່າງປະເທດ ແລະສະພາການຄ້າ ແລະ ອຸດສາຫະກຳໄດ້ຮ່ວມຈັດຕັ້ງກອງປຊຸມເຜີແຜ່ໃນຫົວຂໍ້: “ການເຂົ້າເຖິງຕະຫຼາດຂອງ ສປ ຈີນ ພາຍໃຕ້ສິດທິພິເສດທາງດ້ານການຄ້າ”, ໂດຍເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມ ນຄຕ ແລະ ທ່ານ ອຸດເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຊຶ່ງຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທາງພາກລັດ ແລະ ເອກະຊົນຈຳນວນ 90 ທ່ານ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບນະໂຍບາຍ/ມາດຕະການຕ່າງໆໃນການເຂົ້າເຖິງຕະຫຼາດຂອງ ສປ ຈີນພາຍໃຕ້ຂອບຮ່ວມມືຕ່າງໆເຊັ່ນ: ຂອງ ອົງການການຄ້າໂລກ, ອາຊຽນຈີນ, APTA, ສອງຝ່າຍ ແລະ ສິດທິພິເສດ. ເພື່ອເປັນການຜັນຂະຫຍາຍແຜນເນື້ອໃນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໃຫ້ເຂົ້າສູ່ລວງເລິກ, ແນໃສ່ເພື່ອຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍພັດທະນາຢ່າງບໍ່ຢຸດຢັ້ງ, ພ້ອມທັງສ້າງກາລະໂອກາດໃຫ້ພາກທຸລະກິດຂອງ ສປປ ລາວ ສາມາດຍາດແຍ່ງເອົາຜົນປະໂຫຍດສູງສຸດຈາກສິດທິພິເສດທາງດ້ານການຄ້າໃນຂອບຕ່າງໆຈາກ ສປ ຈີນ. ກອງປະຊຸມຄັ້ງນີ້ໄດ້ມີນັກພິກອນຈາກກົມນະໂຍບາຍການຄ້າຕ່າງປະເທດ, ກົມການນຳເຂົ້າ ແລະ ສົ່ງອອກ ແລະ ກົມປູກຝັງ, ກະຊວງກະສິກຳ ລະ ປ່າໄມ້ ເຂົ້າຮ່ວມບັນຍາຍລວມ 03 ຫົວຂໍ້ດັ່ງນີ້:

  1. “ການເຂົ້າເຖິງຕະຫຼາດຂອງ ສປ ຈີນ ພາຍໃຕ້ສິດທິພິເສດທາງດ້ານການຄ້າ”, ບັນຍາຍໂດຍ ທ່ານ ສົມພອນ ພາດີ, ຮອງຫົວໜ້າພະແນກ, ກົມນະໂຍບານການຄ້າຕ່າງປະເທດ;
  2. “ການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າ ພາຍໃຕ້ສິດທິພິເສດທາງການຄ້າແບບຝ່າຍດຽວຈາກ ສປ ຈີນ (GSP 97%) ແລະ ຂັ້ນຕອນການຢັ້ງຢືນແຫຼ່ງກຳເນີດສິນຄ້າ” ບັນຍາຍໂດຍ ທ່ານ ນາງ ສຸພາພອນ ທິບພະວົງ, ວິຊາການ, ກົມການນຳເຂົ້າ ແລະ ສົ່ງອອກ;
  3. “ຄວາມຮູ້ພື້ນຖານກ່ຽວກັບການເຈລະຈາເຕັກນິກເປີດຕະຫຼາດເພື່ອສົ່ງອອກພືດ ແລະ ຜະບິດຕະພັນພືດໄປ ສປ ຈີນ” ບັນຍາຍໂດຍ ທ່ານ ສະຫຼອງໄຊ ລາດສະບຸດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້.

ປະຊຸມໄດ້ດຳເນີນການຖາມ-ຕອບຂໍ້ຂອງໃຈ ແລະ ສົນທະນາແລກປ່ຽນຄຳຄິດຄຳເຫັນກັບພາກທຸລະກິດຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ. ກອງປະຊຸມໄດ້ອັດລົງໃນເວລາ 12:15 ຂອງວັນດຽວກັນ.ກອງ