ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມສຳມະນາ ຫົວຂໍ້ “ການເຈລະຈາ ໃນວຽກງານການສົ່ງອອກ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ສປປ ລາວ” ວັນທີ 23 ກຸມພາ 2021

ໃນຕອນບ່າຍ ຂອງວັນທີ 23 ກຸມພາ 2021 ໄດ້ມີການຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: ‘‘ການເຈລະຈາ ໃນວຽກງານການສົ່ງອອກ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ສປປ ລາວ’’ (LAO PDR’S Trade Negotiations for Export Success-Mapping the WayForward) ຂຶ້ນ ທີ່ໂຮງແຮມ ເມືອງແທັງ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ການຈັດຕັ້ງອື່ນເຂົ້າຮ່ວມຫຼາຍກວ່າ 60 ທ່ານ.

ກອງປະຊຸມສຳມະນາໃນຄັ້ງນີ້ ເປັນການຮ່ວມມືລະຫວ່າງ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສູນການຄ້າສາກົນ (International Trade Centre) ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການຊ່ວຍເຫຼືອວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE Plus Lao PDR) ໂດຍມີຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ເພື່ອຜ່ານຮ່າງບົດຄົ້ນຄວ້າ ແລະ ແຜນວຽກເບື້ອງຕົ້ນກ່ຽວກັບການເຈລະຈາການຄ້າຕ່າງປະເທດ – ການຄ້າດ້ານສິນຄ້າ [Foreign Trade Negotiation Roadmap – Focus on Trade in Goods]  ແນ່ໃສ່ເສີມສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານໃນບັນດາກະຊວງ, ອົງການ ແລະ ສາຖາບັນທີ່ກ່ຽວຂ້ອງກັບການກຳນົດນະໂຍບາຍທາງດ້ານການຄ້າ ເພື່ອໃຫ້ສາມາດກຳນົດແຜນດຳເນີນງານຂອງຕົນສຳລັບວຽກງານການເຈລະຈາ, ເພື່ອຮັບປະກັນໃຫ້ແຜນດຳເນີນງານນັ້ນ ສາມາດປະກອບເປັນຄູ່ມືທີ່ນຳໃຊ້ເຂົ້າໃນການເຈລະຈາໃນອະນາຄົດ.

ໃນກອງປະຊຸມ, ທ່ານ ໄຊຊະນະ ໄຊຍະກອນ ໄດ້ເນັ້ນໜັກໃຫ້ເຫັນວ່າ ນັບແຕ່ ສປປ ລາວ ເລີ່ມນຳໃຊ້ກົນໄກເສດຖະກິດໃໝ່ໃນທ້າຍຊຸມປີ 1980 ເປັນຕົ້ນມາ, ລັດຖະບານມີຄວາມຫ້າວຫັນໃນການເປີດກວ້າງລະບອບການຄ້າ ແລະ ການລົງທຶນ ດ້ວຍການເຊື່ອມໂຍງເສດຖະກິດກັບສາກົນ ເທື່ອລະບາດກ້າວ ໂດຍການເຂົ້າຮ່ວມເປັນພາຄີຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ ແລະ ສຸມໃສ່ການຈັດຕັ້ງປະຕິບັດບັນດາພັນທະໃນສົນທິສັນຍາສາກົນທີ່ຕິດພັນກັບການຄ້າ ແລະ ການລົງທຶນຂອງ ສປປ ລາວ, ໂດຍແນໃສ່ການຮັກສາຜົນປະໂຫຍດອັນຊອບທຳທາງດ້ານເສດຖະກິດໂດຍລວມຂອງຊາດ ແລະ ຫຼຸດຜ່ອນອຸປະສັກສິ່ງກີດຂວາງຕ່າງໆທີ່ຕິດພັນກັບການຄ້າ ແລະ ການລົງທຶນ.

ໃນການປະຕິບັດງານພາຍໃຕ້ນະໂຍບາຍການເຊື່ອມໂຍງເສດຖະກິດກັບສາກົນດ້ານການຄ້າ ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮ່ວມລົງນາມພົວພັນການຄ້າສອງຝ່າຍເກືອບ 20 ສະບັບກັບ 15 ປະເທດ, ໄດ້ເຂົ້າຮ່ວມເປັນພາຄີຂອງສັນຍາການຄ້າອາຊີ-ປາຊີຟິກ (APTA) ໃນເດືອນກໍລະກົດ 1975, ໄດ້ເຂົ້າຮ່ວມເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ໄດ້ເຂົ້າຮ່ວມເປັນສະມາຊິກຂອງອົງການການຄ້າໂລກ (ອຄລ) ໃນວັນທີ 02 ກຸມພາ 2013, ລວມທັງການຮ່ວມມືໃນຂອບອະນຸພາກພື້ນຕ່າງໆເຊັ່ນ: ໂຄງການຮ່ວມມືທາງດ້ານເສດຖະກິດຂອງບັນດາປະເທດໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ແລະ ອື່ນໆ. ພ້ອມກັນນັ້ນ, ເມື່ອບໍ່ດົນມານີ້, ສປປ ລາວ ໄດ້ເຂົ້າເປັນພາຄີຂອງສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ (RCEP)  ຊຶ່ງໄດ້ລົງນາມ ໃນວັນທີ 15 ພະຈິກ 2020 ທີ່ຜ່ານມາ.

ທາງດ້ານນະໂຍບາຍນັ້ນ ການເຂົ້າຮ່ວມໃນຂະບວນການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນດັ່ງກ່າວ ແມ່ນ ມີເປົ້າໝາຍລວມເພື່ອທັບມ້າງອຸປະສັກດ້ານການຄ້າຂອງປະເທດປາຍທາງ ເພື່ອໃຫ້ຜູ້ປະກອບການພາຍໃນສາມາດເຂົາເຖິງຕະຫຼາດຕ່າງປະເທດໄດ້ຢ່າງບໍ່ມີຂີດຈຳກັດ. ເຖິງແມ່ນຈະວ່າຈະບັນລຸໄດ້ໃນລະດັບຄາດໝາຍໄດ້ໃນລະດັບທີ່ແນ່ນອນແລ້ວກໍຕາມ ຊຶ່ງສາມາດສັງເກດເຫັນໄດ້ຈາກ ການຂະຫຍາຍຕົວຢ່າງກ້າວກະໂດດຂອງມູນຄາການຄ້າຕ່າງປະເທດ ຂອງ ສປປ ລາວ ຊຶ່ງສາມາດປະຕິບັດໄດ້ເຖິງ 12 ພັນລ້ານ ໂດລ່າສາຫະລັດ ຫຼື 64 ສ່ວນຮ້ອຍ ຂອງ GDP ໃນປີ 2019, ໃນຕົວຈິງ ການຄ້າຕ່າງປະເທດຂອງ ສປປ ລາວ ເປັນຕົ້ນແມ່ນການສົ່ງອອກ ກໍຍັງປະສົບກັບອຸປະສັກຫຼາຍໆຢ່າງ ເຊັ່ນ ອຸປະສັກທາງການຄ້າທີ່ບໍ່ແມ່ນພາສີ (NTBs) ຕ່າງໆ ຊຶ່ງຕົ້ນຕໍກໍແມ່ນລະບຽບການສະເພາະຂອງປະເທດປາຍທາງ. ພ້ອມກັນນັ້ນ, ສະພາບການພາຍນອກກໍຍັງເຕັມໄປດ້ວຍຄວາມບໍ່ແນ່ນອນ (Uncertainties) ເປັນຕົ້ນແມ່ນ ການແຜ່ລະບາດຂອງເຊື້ອພະຍາດ Covid – 19, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ, ການຫວນຄືນຂອງລະບອບປົກປ້ອງທາງການຄ້າ (Trade protectionism), ນະໂຍບາຍກັນຫັນເປັນອຸດສາຫະກຳຄືນຂອງປະເທດພັດທະນາແລ້ວ, ການປະຕິວັດອຸດສາຫະກຳຄັ້ງທີ່ 4.0 ແລະ ອື່ນໆ ທີ່ໄດ້ສົ່ງຜົນໃຫ້ ຕ່ອງໂສ້ມູນຄ່າເພີ່ມ ທັງໃນພາກພື້ນ ແລະ ສາກົນ ປ່ຽນແປງໄປ ຢ່າງໄວວາ. ຍິ່ງໄປກວ່ານັ້ນ, ພາຍຫຼັງທີ່ ສປປ ລາວ ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ສິດທິພິເສດທາງດ້ານພາສີຕ່າງໆທີ່ໄດ້ຮັບຜ່ານມາ ບາງຢ່າງກໍຈະໝົດໄປ ຊຶ່ງແນ່ນອນວ່າຈະກະທົບຫຼາຍຫົວໜ່ວຍທຸລະກິດທີ່ສົ່ງອອກພາຍໃຕ້ສິດດັ່ງກ່າວຢ່າງແນ່ນອນ. ຄຽງຄູ່ກັບສິ່ງທ້າທ້າຍ, ສປປ ລາວ ກໍຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດຫຼາຍໆປະການ ທີ່ສາມາດນຳມາໝຸນໃຊ້ເພື່ອເສີມສ້າງ ແລະ ພັດທະນາ ເສດສະກິດຂອງຊາດ ຊຶ່ງໜຶ່ງໃນນັ້ນ ກໍແມ່ນໂຄງການລົດໄຟລາວ-ຈີນ ທີ່ຈະໄດ້ສຳເລັດໃນອີກບໍ່ດົນນີ້ ຊຶ່ງຊ່ວຍຫຼຸດຕົ້ນທຶນການຂົນສົ່ງສິນຄ້າໄດ້ຢ່າງມະຫາສານ.

ທ່ານ ໄຊຊະນະ ໄຊຍະກອນ ຍັງໄດ້ເນັ້ນໜັກອີກວ່າ ເພື່ອການຍາດແຍ່ງ ແລະ ຮັກສາຜົນປະໂຫຍດອັນຊອບທຳທາງດ້ານເສດຖະກິດ ແລະ ການຄ້າຂອງຊາດ, ບັນດາຂະແໜງການຈຶ່ງຈຳເປັນຕ້ອງໄດ້ສຸມໃສ່ພັດທະນາ ແລະ ຍົກລະດັບວຽກງານການຄ້າຕ່າງປະເທດໃຫ້ນັບມື້ນັບແຂງແຮງຂຶ້ນ ເພື່ືອຮັບປະກັນໃຫ້ທັນສະພາບການຕົວຈິງ ທັງພາຍ ແລະ ພາຍນອກ ຕົ້ນຕໍນັ້ນກໍແມ່ນ ວຽກງານເຈລະຈາການຄ້າຕ່າງປະເທດ ດັ່ງທີ່ບັນດາຂະແໜງດຳເນີນການຢູ່ໃນຕອນນີ້. ພ້ອມກັນນັ້ນ ບົດຄົ້ນຄວ້າ ແລະ ຮ່າງເນື້ອໃນແຜນງານ (Roadmap) ສະບັບນີ້ ຈະຄວາມໝາຍຄວາມສຳຄັນຫລາຍ ແລະ ຈະເປັນບ່ອນອີງດ້ານວິຊາການທີ່ສຳຄັນໃຫ້ແກ່ບັນດາຂະແໜງການໃນການກຳນົດການເຈລະຈາການຄ້າຕ່າງປະເທດ ແລະ ກຳນົດແຜນພັດທະນາຂະແໜງການເພື່ອຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ທີ່ຈະໄດ້ຮັບຮອງໃນບໍ່ຊ້ານີ້.

ກອງປະຊຸມດັ່ງກ່າວໄດ້ສິ້ນສຸດລົງໃນເວລາ 16:30 ໂມງ.