ກົມນະໂຍບາຍການຄ້າຕ່າງປະເທດ

ກອງປະຊຸມຄະນະຮັບຜິດຊອບ ຮ່າງດຳລັດວ່າດ້ວຍການຄ້າ ທາງເອເລັກໂຕຣນິກ (e-commerce) ຂອງ ສປປ ລາວ ໃນວັນທີ 12 ກຸມພາ 2019, ທີ່ ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ

//www.laoftpd.com/wp-content/uploads/2019/02/Decree-Drafting-committee-on-E-commerce-.jpeg

ໃນຕອນເຊົ້າຂອງວັນທີ 12 ກຸມພາ 2019, ທີ່ ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມຄະນະຮັບຜິດຊອບຮ່າງດຳລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ (e-commerce) ຂອງ ສປປ ລາວ. ໃຫ້ກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນຫົວໜ້າຄະນະຮັບພິຊອບຮ່າງດໍາລັດ. ພ້ອມນັ້ນ, ຍັງມີແຂກທີ່ຖືກເຊີນຈາກບັນດາກະຊວງທີ່ກ່ຽວຂ້ອງຈຳນວນ 35 ທ່ານ.

ກອງປະຊຸມຄັ້ງນີ້ມີຈຸດປະສົງຫຼັກແມ່ນ ເພື່ອຮັບຮອງເອົາແຜນດໍາເນີນງານການສ້າງດໍາລັດ ແລະ ຮັບຮູ້ເຖິງພາລະບົດບາດຂອງຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງສະບັບເລກທີ 005/ອຄ.ກນຄຕ ທີ່ຫາກໍຖືກຮັບຮອງໃນວັນທີ 18 ມັງກອນ 2019 ທີ່ຜ່ານມາ. ພ້ອມນັ້ນ, ຍັງເປັນການສະຫຼຸບສັງລວມບົດຮຽນທີ່ຖອດຖອນໄດ້ຈາກຕ່າງປະເທດ ລວມທັງຜົນການສຶກສາຄົ້ນຄ້ວາກ່ຽວກັບຄວາມພ້ອມເພື່ອພັດທະນາ e-commerce ຂອງ ສປປ ລາວ.

ທ່ານ ບຸນມີ ໄດ້ກ່າວວ່າ:ໃນຮູບແບບການຄ້າທົ່ວໄປ, ພວກເຮົາຢູ່ໃນທ່າເສຍປຽບເລື່ອງຄ່າຂົນສົ່ງ ຍ້ອນເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ພວກເຮົາສຸມໃສ່ການຄ້າແບບທັນສະໄໝນີ້ ຄາດວ່າຈະເຮັດໃຫ້ຈຸດເສຍປຽບດັ່ງກ່າວຖືກແກ້ໄຂໄດ້ບໍ່ຫຼາຍກໍໜ້ອຍ. ເນື່ອງຈາກ, e-commerce ເປັນການຄ້າແບບມູນຄ່າຕໍ່າທີ່ບໍ່ຈໍາເປັນຕ້ອງມີການຂົນສົ່ງຂະໜາດໃຫຍ່ ເຮັດໃຫ້ຕົ້ນທຶນຂົນສົ່ງ ແລະ ການເຂົ້າເຖີງຕະຫຼາດຂອງຕ່າງປະເທດຫຫຼຸດລົງຫຼາຍພໍສົມຄວນ. ພ້ອມທັງຈະສາມາດເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ລວມເຖິງທຸລະກິດແບບຈຸລະພາກ ສາມາດເຂົ້າຮ່ວມການຄ້າໄດ້ຫຼາຍຂຶ້ນໃນອານາຄົດ.

ປັດຈຸບັນ, ໃນ ສປປ ລາວ ກໍ່ໄດ້ມີ e-commerce ເກີດຂື້ນແລ້ວ ເນື່ອງຈາກເປັນທີ່ນິຍົມສໍາລັບຄົນຮຸ່ນໃໝ່ໃນການຊື້-ຂາຍເຄື່ອງອອນລາຍ, ທັງພາຍໃນ ແລະ ຕ່າງປະເທດ. ການສ້າງດຳລັດນີ້ກໍ່ເພື່ອປູພື້ນຖານທາງນິຕິກຳ ໃຫ້ຜູ້ຊື້ ແລະ ຜູ້ຂາຍມີຄວາມ ເຊື່ອໝັ້ນເຊິ່ງກັນ ແລະ ກັນຫຼາຍຂຶ້ນ, ເຮັດໃຫ້ການຄ້າຂອງພວກເຮົາເປັນ ທັນສະໄໝເທື່ອ ລະກ້າວໃນຕໍ່ໜ້າ.