Department of foreign trade policy

ສປປ ລາວ ສຳເລັດການເຂົ້າຮ່ວມເປັນພາຄີຂອງສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology Agreement) ໃນຂອບອົງການການຄ້າໂລກ ໃນວັນທີ 17 ພະຈິກ 2021

ໃນ​ວັນ​ທີ 17 ພະຈິກ 2021, ເວລາ 15:00-18:00 ໂມງ ທີ່ເຊີແນວ, ປະເທດສະວິດເຊີແລນ ໄດ້​ມີ​ການຈັດກອງປະຊຸມຂອງຄະນະກຳມະການສັນຍາວ່າດ້ວຍ ເຕັກໂນໂລຊີຂໍ້ມູນຂ່າວສານ (Information and Technology Agreement: ITA)  ພາຍໃຕ້ຂອບອົງການການຄ້າໂລກ (ອຄລ) ຮອບພິດເສດ ເພື່ອຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກຂອງສັນຍາດັ່ງກ່າວ ຊຶ່ງປະຈຸບັນມີສະມາຊິກ ທັງໝົດ 83 ປະເທດ ແລະ ສປປ ລາວ ກໍເປັນປະເທດດ້ອຍພັດທະນາປະເທດທຳອິດ ທີ່ເຂົ້າຮ່ວມເປັນພາຄີ.

ສັນຍາ ITA ແມ່ນສັນຍາການຄ້າຫຼາຍຝ່າຍແບບສະໝັກໃຈຂອງ ອຄລ, ປະຈຸບັນ ສັນຍາດັ່ງກ່າວ ໄດ້ແບ່ງອອກເປັນສອງສັນຍາຄື: ITA I ແລະ ITA II ຊຶ່ງບັນຊີລາຍການສິນຄ້າປະກອບມີສິນຄ້າປະເພດ: ຄອມພິວເຕີ້, ອຸປະກອນສື່ສານ, ເຄື່ອງສົ່ງໄຟຟ້າ, ຊອບແວ, ເຄື່ອງມີືອຸປະກອນວິທະຍາສາດ ແລະ ບັນດາສ່ວນປະກອບຂອງອຸປະກອນເສີມຕ່າງໆ. ສິນຄ້າທີ່ນອນໃນສັນຍາ ITA ແມ່ນສິນຄ້າທີ່ມີການຄ້າຂາຍກັນຫຼາຍທີ່ສຸດໃນທົ່ວໂລກ, ອີງຕາມຕົວເລກສະຖິຕິຂອງ ອຄລ ໄດ້ສະແດງໃຫ້ເຫັນວ່າການສົ່ງອອກສິນຄ້າ ITA I ໄດ້ເພີ່ມຂຶ້ນເປັນ 4 ເທົ່າຈາກປີ 1996 ແລະ ເປັນມູນຄ່າສູງສຸດເຖິງ 2,000 ຕື້ໂດລາສະຫະລັດ ໃນປີ 2020. ສຳລັບສິນຄ້າ ITA II ມູນຄ່າການສົ່ງອອກທົ່ວໂລກ ແມ່ນປະມານ 1,8 ພັນຕື້ ໂດລາສະຫະລັດ ໃນປີ 2020 ຊຶ່ງກໍໄດ້ກວມເອົາ 12% ຂອງສິນຄ້າທົ່ວໂລກ.

ການເຂົ້າຮ່ວມເປັນພາຄີຂອງສັນຍາ ITA ຂອງ ສປປ ລາວ ແມ່ນເປັນການຍົກສູງທາງດ້ານການເມືອງ, ສັງຄົມ ແລະ ເສດຖະກິດ; ໂດຍສະເພາະແມ່ນການສ້າງໂອກາດ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນໃນຂົງເຂດ ICT ແນໃສ່ເຮັດໃຫ້ລາຄາ ແລະ ຕົ້ນທຶນຂອງການຜະລິດສິນຄ້າດັ່ງກ່າວ ມີຄວາມໄດ້ປຽບດ້ານການແຂ່ງຂັນ ຊຶ່ງຈະເປັນປະໂຫຍດໃຫ້ແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້ສິນຄ້າ, ສົ່ງເສີມໃຫ້ມີການສ້າງວຽກເຮັດງານທໍາ, ການຖ່າຍທອດເຕັກໂນໂລຊີ ເພື່ອໃຫ້ມີການເປີດກວ້າງການຄ້າ ແລະ ການດຶງດູດການລົງທຶນໃນຂົງເຂດຜະລິດຕະພັນດັ່ງກ່າວ ໂດຍຜ່ານການເປັນຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ສາກົນ.

ພ້ອມດຽວກັນກໍຍັງເປັນການກຽມພ້ອມຈັດຕັ້ງປະຕິບັດ ສັນຍາຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership: RCEP) ທີ່ຈະມີຂຶ້ນໃນອານາຄົດອັນໄກ້ ຊຶ່ງເປັນເຂດການຄ້າເສລີທີ່ໃຫຍ່ສຸດຂອງໂລກ ລະຫວ່າງ ອາຊຽນ ກັບ 05 ປະເທດ ຄື: ອົດສະຕາລີ, ສປ ຈີນ, ຍີ່ປຸ່ນ, ນິວຊີແລນ ແລະ ສ.ເກົາຫຼີ.  ສະນັ້ນ, ການເຂົ້າຮ່ວມສັນຍາ ITA ຂອງ ສປປ ລາວ ແມ່ນມີຄວາມຈໍາເປັນໃນການດັດສົມນະໂຍບາຍການຄ້າຕ່າງປະເທດ ທີ່ຕິດພັນກັບໝວດສິນຄ້າ ICT ເພື່ອໃຫ້ມີການເປີດກວ້າງການຄ້າ ແລະ ການດຶງດູດການລົງທຶນໃນຂົງເຂດຜະລິດຕະພັນດັ່ງກ່າວ ຜ່ານການເປັນຕ່ອງໂສ້ການສະໜອງຂອງພາກພື້ນ.

ການເຂົ້າເປັນສະມາຊິກຂອງສັນຍາ ITA ຂອງ ສປປ ລາວ ຈະເປັນການສົ່ງສັນຍານທີ່ດີ ໃນການສ້າງຄວາມເຊື່ອໝັ້ນໃນລະບົບການຄ້າຫຼາຍຝ່າຍ, ດຶງດູດການລົງທຶນຕ່າງປະເທດ ແລະ ພັດທະນາເສດຖະກິດຂອງ ສປປ ລາວ ໃນຂະແໜງ ICT ຕາມຍຸດທະສາດການພັດທະນາເສດຖະກິດດີຈີຕອນ ເພື່ອຫັນໃຫ້ເປັນທັນສະໄໝ ແລະ ຮອງຮັບການພັດທະນາເມືອງທັນສະໄໝ. ພ້ອມນັ້ນ, ກໍເປັນການສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເນື່ອງຈາກວ່າ ໝວດສິນຄ້າ ITA ແມ່ນຜະລິດຕະພັນທີ່ເປັນປັດໃຈສໍາຄັນພື້ນຖານໃນການສົ່ງເສີມພັດທະນາດ້ານການສື່ສານ, ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ນະວັດຕະກໍາໃໝ່ ເພື່ອກ້າວໄປສູ່ຍຸກເສດຖະກິດດິຈີຕອນ ແລະ ອຸດສາຫະກຳ 4.0 ຊຶ່ງປະຈຸບັນ ມີບໍລິສັດໃຫຍ່ຫຼາຍແຫ່ງ ທີ່ກຳລັງລົງທຶນໃນ ສປປ ລາວ ແລະ ເປັນໜໍ່ແໜງການຜະລິດ ເຊັ່ນ: Essilor, Nikon ແລະ HOYA.