Department of foreign trade policy

ກອງປະຊຸມທາງໄກເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 39 ໃນວັນທີ 22 ກຸມພາ 2021, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ໃນວັນທີ 22 ກຸມພາ 2021, ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຂອງ ສປປ ລາວ ຕາງໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະຈາກກົມນະໂຍບາຍການຄ້າຕ່າງປະເທດ ແລະ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຄັ້ງທີ 39 ທີ່ຫ້ອງປະຊຸມກົມນະໂຍບາຍການຄ້າຕ່າງປະເທດ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ Gabriel Lim, ຫົວໜ້າຫ້ອງການກະຊວງການຄ້າ ແລະ ອຸດສາຫະກໍາຂອງປະເທດສິງກະໂປ ໂດຍມີເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນຈາກ 10 ປະເທດອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.

ກອງປະຊຸມຍັງໄດ້ປຶກສາຫາລືຂໍ້ສະເໜີແນະຂອງກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສຸງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ໃຫ້ລັດຖະມົນຕີເສດຖະກິດອາຊຽນພິຈາລະນາ  ໂດຍສະເພາະກ່ຽວກັບ 1/ ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ, 2/ ການທົບທວນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025, 3/ ການສ້າງຍຸດທະສາດລວມຂອງອາຊຽນເພື່ອຮອງຮັບກັບແຜນຍຸດທະສາດລວມການປະຕິວັດອຸດສາຫະກໍາຄັ້ງທີ (4IR), 4/ ແຜນວຽກບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດອາຊຽນ ທີ່ປະເທດ ບຣູໄນ ດາຣູຊາລາມ, ແລະ 5/ ພາລະບົດບາດຂອງ HLTF-EI.

ບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ໄດ້ໃຫ້ຄວາມສຳຄັນໃນການປຶກສາຫາລືກ່ຽວກັບຄວາມຄືບໜ້າຮ່າງຂອບວຽກເສດຖະກິດໝູນວຽນສຳລັບປະຊາຄົມເສດຖະກິດອາຊຽນ (Draft Framework on the Circular Economy for the AEC) ທີ່ເປັນໜຶ່ງໃນແຜນວຽກບູລິມະສິດເພື່ອປະເມີນຂົງເຂດທີ່ສຳຄັນຂອງເສດຖະກິດເສດຖະກິດໝູນວຽນທີ່ກ່ຽວຂ້ອງກັບວຽກງານຂອງປະຊາຄົມເສດຖະກິດອາຊຽນ, ພັດທະນາຂອບວຽກເສດຖະກິດໝູນວຽນສຳລັບປະຊາຄົມເສດຖະກິດອາຊຽນໂດຍກຳນົດຂະແໜງການບູລິມະສິດທີ່ມີຜົນກະທົບທີ່ອາດຈະເກີດຂື້ນຕໍ່ລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ຄວາມໝັ້ນຄົງ. ໃນປັດຈຸບັນກອງເລຂາອາຊຽນ ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ-ອາຊີຕາເວັນອອກ (ERIA) ກໍາລັງເຮັດການຄົ້ນຄວ້າຂອບວຽກດັ່ງກ່າວ ແລະ ສະເໜີໃຫ້ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ປະກອບຄຳເຫັນໃສ່ຮ່າງຂອບວຽກດັ່ງກ່າວ ແລະ ຮ່າງຂອບວຽກດັ່ງກ່າວຈະຖືກພິຈາລະນາຮັບຮອງໃນໃນກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 20.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ປະສານງານເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດຈາກປະເທດສະມາຊິກອາຊຽນໄດ້ຮັບຊາບຄວາມຄືບໜ້າແຜນແມ່ບົດການຟື້ນຟູຮອບດ້ານອາຊຽນ ແລະ ການຈັດຕັ້ງປະຕິບັດ (ASEAN Comprehensive Recovery Framework) ຊຶ່ງເປັນຂໍ້ລິເລີ່ມຂອງ ຫວຽດນາມ ໂດຍມີຈຸດປະສົງເພື່ອກໍານົດຈຸດສຸມ ແລະ ວິທີການ ລວມທັງກໍານົດເວລາ ເພື່ອແກ້ໄຂຜົນກະທົບຂອງພະຍາດໂຄວິດ 19 ຕໍ່ທຸກຂະແໜງການ ໃນທຸກສາມເສົາຄໍ້າ, ຟື້ນຟູເສດຖະກິດ-ສັງຄົມ ແລະ ສົ່ງເສີມການພັດທະນາແບບຍືນຍົງ ແລະ ກວມລວມ. ແຜນແມ່ບົດການຟື້ນຟູຮອບດ້ານອາຊຽນ ແລະ ການຈັດຕັ້ງປະຕິບັດແມ່ນໄດ້ຖືກຮັບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃນປີ 2020 ຜ່ານມາ ແລະ ກອງປະຊຸມໄດ້ຊີ້ນໍາໃຫ້ ບັນດາໜ່ວຍງານທີ່ກ່ຽວຂ້ອງຢືນຢັນຂໍ້ລິເລີ່ມ ຫຼື ແຜນງານກິດຈະກໍາຂອງຕົນ ໃນການຈັດຕັ້ງປະຕິບັດແຜນວຽກດັ່ງກ່າວ.

ນອກຈາກນັ້ນ, ຍັງມີການສະເໜີບົດລາຍງານສະບັບສຸດທ້າຍການທົບທວນກາງສະໄໝໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ໂດຍມີຈຸດປະສົງເພື່ອປະເມີນຜົນກະທົບຂອງການຈັດຕັ້ງປະຕິບັດບັນດາມາດຕະການຍຸດທະສາດ ຂອງປະຊາຄົມເສດຖະກິດອາຊຽນ 2025. ໂດຍສະເພາະແມ່ນການປະເມີນຜົນໄດ້ຮັບຂອງຕົວຊີ້ວັດ ແລະ ຄຳຄິດເຫັນຈາກການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະ ກອງປະຊຸມໄດ້ຮັບຮອງເອົາໂຄງຮ່າງໃນການທົບທວນດັ່ງກ່າວ ເຊິ່ງບົດລາຍງານສະບັບສຸດທ້າຍແມ່ນຈະສໍາເລັດໃນທ້າຍເດືອນມີນາ 2021 ແລະ ບົດລາຍງານສະບັບສົມບູນ (ສໍາລັບນໍາໃຊ້ພາຍໃນອາຊຽນ ແລະ ສະບັບເຜີຍແຜ່) ແມ່ນຈະສໍາເລັດໃນເດືອນເມສາ 2021 ພ້ອມດຽວກັນນັ້ນຍັງໄດ້ມີການສະເໜີຮ່າງບົດສະເໜີໂຄງການສ້າງແຜນຍຸດທະສາດລວມການປະຕິວັດອຸດສາຫະກໍາຄັ້ງທີ 4 (4IR) ຂອງອາຊຽນ ແລະ ຄວາມຄືບໜ້າໃນການສ້າງແຜນຍຸດທະສາດດັ່ງກ່າວຕໍ່ ລັດຖະມົນຕີເສດຖະກິດອາຊຽນເພື່ອຊາບ ຊຶ່ງແຜນດັ່ງກ່າວຈະຕ້ອງໄດ້ພິຈາລະນາຄໍາຄິດເຫັນ/ຂໍ້ສະເໜີຈາກພາກທຸລະກິດ ແລະ ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ເພື່ອກຽມພ້ອມຮັບມືກັບ 4IR.