Department of foreign trade policy

3rd RCEP Summit

//www.laoftpd.com/wp-content/uploads/2019/11/3rd-RCEP.jpg

ກອງປະຊຸມສຸດຍອດອາເຊັບຄັ້ງທີ 03 ໄດ້ຈັດຂື້ນໃນວັນທີ 4 ພະຈິກ 2019 ໂດຍການເຂົ້າຮ່ວມຂອງຜູ້ນໍາອາເຊັບທັງໝົດ 16 ປະເທດ.  ກອງປະຊຸມໄດ້ແຈ້ງຜົນສຳເລັດການເຈລະຈາພາກເນື້ອໃນຂອງສັນຍາທັງໝົດ  ແລະ ການເຈລະຈາການເຂົ້າເຖິງຕະຫຼາດສ່ວນໃຫຍ່ເກືອບສໍາເລັດແລ້ວ ສໍາລັບ 15 ປະເທດ; ສ່ວນອິນເດຍ ຍັງຕ້ອງການເຈລະຈາເພີ່ມຕື່ມບາງບັນຫາ ແລະ ການປຶກສາຫາລືພາຍໃນ. ພ້ອມກັນນັ້ນ,     ບັນດາຜູ້ນໍາອາເຊັບ ກໍເຫັນດີ ໃຫ້ສືບຕໍ່ເຈລະຈາບັນຫາທີ່ຄ້າງຄາທັງໝົດໃຫ້ສໍາເລັດໂດຍໄວເທົ່າທີ່ຈະເປັນໄປໄດ້ ເພື່ອໃຫ້ໄດ້ລົງນາມສັນຍາອາເຊັບ ໃນປີ 2020 ທີ່ ສສ.ຫວຽດນາມ. ສັນຍາອາເຊັບ ແມ່ນ ກົນໄກອາຊຽນ-ເປັນແກນກາງໃນການສ້າງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກທີ່ມີຄວາມທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດຈາກການສ້າງຕ່ອງໂສ້ມູນຄ່າການສະໜອງຂອງພາກພື້ນ ແລະ ສາກົນຜ່ານ ການຄ້າ ແລະ ການລົງທຶນພາຍໃນພາກພື້ນອາເຊັບ.